ບອກພວກເຮົາວ່າທ່ານຕ້ອງການຫຍັງ
ສ້າງບັນຊີ ແລະ ເລືອກບໍລິການທີ່ເໝາະສົມ ລາວເວໃຫ້ຄຳແນະນຳການບໍລິການ

ລາວເວ ຊ່ອຍເຫຼືອຄົນຕ່າງປະເທດ ຜູ້ທີ່ເດີນທາງມາຢ້ຽມຢາມ, ເຮັດວຽກ, ດໍາເນີນທຸລະກິດ ຫຼື ລົງທຶນ; ໃນການດໍາເນີນຂໍອະນຸຍາດວີຊາ, ພັກເຊົາ, ເຮັດວຽກ, ສ້າງຕັ້ງວິສາຫະກິດ ແລະ ອະນຸຍາດລົງທຶນ ດ້ວຍຂະບວນການທີ່ວ່ອງໄວ ເປັນມາດຕະຖານ ຖືກຕ້ອງຕາມລະບຽບການຂອງ ສປປ ລາວ ດ້ວຍຂະບວນການດິຈິຕອນທີ່ເປັນລະບົບ.
ໂຕະຊ່ວຍເຫຼືອ
ຂໍ້ມູນແພັກເກັດບໍລິການ ແລະ ໂປຣໂມຊັ່ນຕ່າງໆ ທີ່ພວກເຮົາຄັດສັນມາໄວ້ທີ່ນີ້ເພື່ອທ່ານ
ເລິ່ມຈາກສະຖານະພາບຂອງທ່ານ ລາວເວປ່ຽນຂໍ້ກຳນົດ, ລະບຽບການທີ່ຫຍຸ້ງຍາກຊັບຊ້ອນ ໃຫ້ເປັນຂັ້ນຕອນທີ່ຊັດເຈນ, ສະດວກ ແລະ ສະໝັກທາງອອນລາຍ
ວິທີການສະໝັກທີ່ສະດວກກວ່າ
ເລືອກບໍລິການ, ສົ່ງຂໍ້ມູນ, ຕິດຕາມສະຖານະ, ຮັບເອກະສານ.
ສ້າງບັນຊີ ແລະ ເລືອກບໍລິການທີ່ເໝາະສົມ ລາວເວໃຫ້ຄຳແນະນຳການບໍລິການ
ອັບໂຫຼດຂໍ້ມູນທີ່ຖືກຕ້ອງ ລາວເວຊ່ວຍຮັກສາຂໍ້ມູນຂອງທຸກຄຳສັ່ງຊື້ ໃຫ້ສາມາດຕິດຕາມໄດ້
ຕິດຕາມອັບເດດສະຖານະ ການບໍລິການ, ສົນທະນາກັບທີ່ປຶກສາ.
ອອກແບບເພື່ອຄວາມສະດວກ ແລະ ປອດໄພ





ທີມງານທີ່ປຶກສາຂອງພວກເຮົາມີປະສົບການຫຼາຍກວ່າ 8 ປີ ດ້ານການໃຫ້ຄຳປຶກສາທາງກົດໝາຍ, ການເຂົ້າເມືອງ ແລະ ການບໍລິຫານທຸລະກິດ. ດ້ວຍທີມງານທີ່ສາມາດສື່ສານໄດ້ຫຼากຫຼາຍພາສາ ເປັນຕົ້ນແມ່ນ ພາສາອັງກິດ, ຈີນ, ຫວຽດນາມ ແລະ ເກົາຫຼີ, ພວກເຮົາມຸ່ງໝັ້ນທີ່ຈະມອບຄຳແນະນຳທີ່ຖືກຕ້ອງ, ຊັດເຈນ ແລະ ບໍລິການທີ່ມີມາດຕະຖານສາກົນ ແກ່ລູກຄ້າຊາວຕ່າງຊາດຢ່າງມີປະສິດທິພາບສູງສຸດ
ທຸກຂະບວນການຂອງລາວເວ ດຳເນີນສອດຄ່ອງກັບກົດໝາຍ ແລະ ລະບຽບຂອງລາວ ພ້ອມດ້ວຍຈັນຍາວິຊາຊີບ, ຄວາມໂປ່ງໃສ ແລະ ມາດຕະຖານການບໍລິການສູງ.
ລາວເວ ໃຫ້ການແກ້ໄຂທີ່ຄົບຊຸດ ລວມທັງການດຳເນີນວີຊ່າ, ໃບອະນຸຍາດເຮັດວຽກ, ການຈົດທະບຽນທຸລະກິດ, ການຈັດການ HR ແລະ ທີ່ປຶກສາກົດໝາຍ.
ທີມງານພັດທະນາລະບົບຂອງພວກເຮົາ ມີປະສົບການຫຼາຍກວ່າ 5 ປີ ໃນການອອກແບບ ແລະ ພັດທະນາແພລດຟອມດິຈິຕອນທີ່ມີຄວາມປອດໄພສູງ ພ້ອມຮອງຮັບການເຕີບໂຕໃນອະນາຄົດ. ພວກເຮົານຳໃຊ້ລະບົບອອນໄລນ໌ທີ່ທັນສະໄໝ ເຂົ້າໃນການບໍລິຫານຈັດການ ເປັນຕົ້ນແມ່ນ: ການຈອງຄິວ, ການຈັດການວີຊ່າ, ການຕິດຕາມຄຳສັ່ງຊື້ແບບ Real-time ແລະ ລະບົບບໍລິການລູກຄ້າຫຼັງການຂາຍ ເພື່ອໃຫ້ທ່ານໄດ້ສຳຜັດກັບປະສົບການການບໍລິການຕະຫຼອດ 24 ຊົ່ວໂມງ (24/7) ໄດ້ທຸກທີ່ທຸກເວລາ.
ພວກເຮົາເຊື່ອວ່າຄວາມໄວ້ວາງໃຈ ແມ່ນຮາກຖານຂອງການບໍລິການທີ່ຍືນຍົງ. ລາວເວ ຮັບຜິດຊອບ ດ້ວຍຄວາມຊື່ສັດ, ຄວາມຮັບຜິດຊອບ ແລະ ການໃສ່ໃຈທຸກລາຍລະອຽດ.

ທີມທ້ອງຖິ່ນ, ລູກຄ້ານາໆຊາດ
ການສະໜັບສະໜູນຕົວຈິງ ຈາກທີມທີ່ເຮັດວຽກກັບຂັ້ນຕອນລາວທຸກວັນ.
ຂໍອະນຸຍາດວິຊ່າ, ຂໍອະນຸຍາດເຮັດວຽກ, ຂໍສ້າງຕັ້ງວິສາຫະກິດ ແລະ ລົງທຶນສຳລັບລູກຄ້າຄົນຕ່າງປະເທດທີ່ຢູ່ໃນລາວ
ຄວາມສຳພັນຂະແໜງລັດ ແລະ ບໍລິບົດການປະຕິບັດຕາມລະບຽບ.




ຄູ່ຮ່ວມງານດ້ານການດຳເນີນງານທີ່ຊ່ວຍໃຫ້ການສະໜັບສະໜູນຕົວຈິງ.


