ພາບລວມ
ບໍລິການນີ້ຄອບຄຸມຫຍັງ
ວິຊ່າທ່ອງທ່ຽວ (Tourist Visa) ແມ່ນວີຊາສໍາລັບຄົນຕ່າງປະເທດ ທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວ, ພັກຜ່ອນ, ຢ້ຽມຢາມຄອບຄົວ, ຍາດຕິພີ່ນ້ອງ ຫຼື ເພື່ອນຝູງ ຢູ່ພາຍໃນ ສປປ ລາວ.
ຜູ້ທີ່ຈະໄດ້ຮັບອະນຸຍາດວີຊາທ່ອງທ່ຽວ:
ຜູ້ເດີນທາງ ຫຼື ນັກທ່ອງທ່ຽວທີ່ມີແຜນການເດີນທາງມາທ່ອງທ່ຽວຢ້ຽມຢາມ
ເອກະສານປະກອບ:
ເອກະສານຜູ້ຂໍວີຊາ: ສໍາເນົາ ໜ້າພັດສະປອດ (Passport) ແລະ ຮູບພາບ
ເອກະສານການເດີນທາງ: ປີ້ຍົນ ແລະ ໃບຈ່ອງໂຮງແຮມ(ຖ້າກໍລະນີພັກທີ່ບ້ານເພື່ອນຫຼື ຍາດພີ່ນ້ອງ ໃຫ້ເເຈ້ງ ສະຖານທີ່ບ່ອນພັກເຊົາ ແລະ ເບີໂທເຈົ້າຂອງບ້ານ)
ສິດທິ
ມີສິດພັກເຊົາຊົ່ວຄາວ ແລະ ເດີນທາງພາຍໃນ ສປປ ລາວ.
ຂະບວນການດໍາເນີນການ
ກ່ອນການເຂົ້າມາ ສປປ ລາວ ຜູ້ເດີນທາງຕ້ອງຍື່ນຂໍບໍລິການວີຊາທ່ອງທ່ຽວກ່ອນການເດີນທາງຢ່າງໜ້ອຍ 48ຊົ່ວໂມງ
ໝາຍເຫດສໍາລັບບໍລິການວີຊາເຂົ້າໃໝ່
Laosway ມີບໍລິການວີຊາທ່ອງທ່ຽວເຂົ້າໃໝ່ ສະເພາະທີ່ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ. ເມື່ອເດີນທາງເຂົ້າມາເຖິງສະໜາມບິນວັດໄຕ ພະນັກງານບໍລິການຈະຕ້ອນຮັບທ່ານທີ່ຫ້ອງຮັບຮອງ ທີ່ໜ້າປະຕູທາງເຂົ້າກ່ອນຈຸດຜ່ານ ຕໍາຫຼວດກວດຄົນເຂົ້າເມືອງ ແລະ ຈະນໍາພາທ່ານຜ່ານຊ່ອງທາງຂໍວີຊາກັບດ່ານ ແລະ ແຈ້ງເຂົ້າເມືອງ ພ້ອມນໍາສົ່ງທ່ານສູ່ຫ້ອງຮັບກະເປົ່າເດີນທາງຖືວ່າສິ້ນສຸດການບໍລິການ.
