ພາບລວມ
ບໍລິການນີ້ຄອບຄຸມຫຍັງ
ວິຊາຜູ້ຕິດຕາມ (Dependent Visa) ແມ່ນວີຊາ ສໍາລັບສະມາຊິກໃນຄອບຄົວຂອງຊາວຕ່າງປະເທດ ທີ່ໄດ້ຮັບອະນຸຍາດໃຫ້ພັກອາໄສ ຢ່າງຖືກຕ້ອງຕາມກົດໝາຍໃນ ສປປ ລາວ. ຊາວຕ່າງປະເທດທີ່ມາດໍາລົງຊີວິດ, ເຮັດວຽກ, ເຮັດທຸລະກິດ ແລະ ລົງທຶນໃນ ສປປ ລາວ ສາມາດຄໍ້າປະກັນຂໍວີຊາຕິດຕາມໃຫ້ສະມາຊິກຄອບຄົວຂອງຕົນ ເພື່ອມາຮ່ວມພັກອາໄສ ແລະ ດໍາລົງຊີວິດ.
ປະເພດວີຊາຜູ້ຕິດຕາມ ແມ່ນຈະຖືກກໍານົດໂດຍປະເພດວີຊາຂອງຜູ້ຄໍ້າປະກັນ ຕົວຢ່າງ: ຖ້າຜູ້ຄໍາປະກັນຖືວີຊາແຮງງານ ຜູ້ຕິດຕາມກໍ່ຈະໄດ້ວີຊາຕິດຕາມຜູ້ອອກແຮງງານ ຫຼື ຖ້າວີຊາຂອງຜູ້ຄໍ້າປະກັນແມ່ນວີຊາຜູ້ລົງທຶນ ຜູ້ຕິດຕາມກໍ່ຈະໄດ້ວິຊາຕິດຕາມຜູ້ລົງທຶນ.
ສະມາຊິກຄອບຄົວ ທີ່ຈະໄດ້ຮັບອະນຸຍາດ ວິຊາຕິດຕາມ :
ຜົວ ຫຼື ເມຍ: ທີ່ຈົດທະບຽນແຕ່ງດອງຖືກຕ້ອງຕາມກົດໝາຍ.
ລູກຄີງ ຫຼື ລູກລ້ຽງ: ທີ່ຖືກຕ້ອງຕາມກົດໝາຍ ອາຍຸບໍ່ເກີນ 18ປີ.
ພໍ່ ແລະ ແມ່ຄີງ: ທີ່ມີນາມສະກຸນດຽວກັນ ຫຼື ຢູ່ໃນສໍາມະໂນຄົວດຽວກັນ.
ເອກະສານປະກອບ:
ເອກະສານບໍລິສັດທີ່ຜູ້ຮັບປະກັນສັງກັດຢູ່: ໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີຂອງບໍລິສັດ ແລະ ໃບອະນຸຍາດລົງທຶນ (ຖ້າມີ),
ເອກະສານຜູ້ຂໍວີຊາ: ສໍາເນົາ ໜ້າພັດສະປອດ (Passport) ແລະ ຮູບພາບ
ເອກະສານຜູ້ຄໍ້າປະກັນ: ສໍາເນົາ ໜ້າພັດສະປອດ (Passport), ບັດພັກເຊົາ, ບັດແຮງງານ (ຖ້າມີ) , ວີຊາເຂົ້າອອກຫຼາຍຄັ້ງ.
ເອກະສານຢັ້ງຢືນສາຍພົບພັນ
ຜົວ ຫຼື ເມຍ: ສໍາເນົາໃບທະບຽນແຕ່ງດອງ ແລະ ສໍາມະໂນຄົວ
ລູກຄີງ ຫຼື ລູກລ້ຽງ: ໃບຢັ້ງຢືນການເກີດ ແລະ ສໍາມະໂນຄົວ
ພໍ່ ແລະ ແມ່ຄີງ: ສໍາມະໂນຄົວ.
ສິດທິ ຜູ້ຖືວີຊາຜູ້ຕິດຕາມ ມີສິດພັກອາໄສ ແລະ ດຳລົງຊີວິດໃນ ສປປ ລາວ ຢ່າງຖືກຕ້ອງຕາມກົດໝາຍ.
ຂໍ້ຈໍາກັດ ຫ້າມຜູ້ຖືວີຊາຜູ້ຕິດຕາມປະກອບອາຊີບ ຫຼື ເຮັດວຽກ. ຫາກມີຄວາມປະສົງທີ່ຈະເຮັດວຽກ ຫຼື ປະກອບທຸລະກິດ, ຈະຕ້ອງດຳເນີນການຂໍປ່ຽນປະເພດວີຊາ ແລະ ຂໍຂຶ້ນທະບຽນໃບອະນຸຍາດເຮັດວຽກ ຫຼື ປະກອບທຸລະກິດຕ່າງຫາກ.
ຂະບວນການດໍາເນີນການ
ກ່ອນການເຂົ້າມາ ສປປ ລາວ ຜູ້ຄໍາປະກັນຈະຕ້ອງປະກອບເອກະສານຄົບຖ້ວນ ຍື່ນຂຶ້ນທະບຽນ ແລະ ຂໍອອກໃບອະນຸຍາດວີຊາຜູ້ຕິດຕາມ ໄລຍະດໍາເນີນງານ 10ວັນລັດຖະການ
ພາຍຫຼັງເຂົ້າມາ ສປປ ລາວ ຜູ້ຄໍາປະກັນ ຫຼື ຜູ້ຖືວີຊາຜູ້ຕິດຕາມຕ້ອງນໍາສົ່ງ ພາດສປອດຕົ້ນສະບັບ ທີ່ໄດ້ຮັບການຕິດວີຊາ ແລະ ຈໍ້າກາຜ່ານດ່ານ ຕມ ເຂົ້າລາວ ເພື່ອຍື່ນອອກບັດອະນຸຍາດພັກເຊົາ ແລະ ວີຊາເຂົ້າອອກຫຼາຍຄັ້ງຕາມອາຍຸການວີຊາທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນ ໄລຍະດໍາເນີນງານ 10ວັນລັດຖະການ
