ພາບລວມ
ບໍລິການນີ້ຄອບຄຸມຫຍັງ
ວີຊາ ຄອບຄົວ (Family Visa) ແມ່ນວີຊາ ສໍາລັບຄົນຕ່າງປະເທດທີ່ມີສະມາຊິກໃນຄອບຄົວເປັນຄົນລາວ. ຄົນລາວສາມາດຄໍ້າປະກັນຂໍວີຊາຄອບຄົວໃຫ້ສະມາຊິກຄອບຄົວຂອງຕົນ ເພື່ອມາຮ່ວມພັກອາໄສ ແລະ ດໍາລົງຊີວິດຢູ່ໃນ ສປປ ລາວ.
ສະມາຊິກຄອບຄົວ ທີ່ຈະໄດ້ຮັບອະນຸຍາດວີຊາຄອບຄົວ :
ຜົວ ຫຼື ເມຍ: ທີ່ຈົດທະບຽນແຕ່ງດອງຖືກຕ້ອງຕາມກົດໝາຍ.
ລູກຄີງ ຫຼື ລູກລ້ຽງ: ທີ່ຖືກຕ້ອງຕາມກົດໝາຍ ອາຍຸບໍ່ເກີນ 18ປີ.
ພໍ່ ແລະ ແມ່ຄີງ: ທີ່ມີນາມສະກຸນດຽວກັນ.
ເອກະສານປະກອບ:
ເອກະສານຜູ້ຂໍວີຊາ: ສໍາເນົາ ໜ້າພັດສະປອດ (Passport) ແລະ ຮູບພາບ
ເອກະສານຜູ້ຄໍ້າປະກັນ: ໃບຢັ້ງຢືນທີ່ຢູ່, ບັດປະຈໍາຕົວ ຫຼື ສໍາມະໂນຄົວ
ເອກະສານຢັ້ງຢືນສາຍພົບພັນ
ຜົວ ຫຼື ເມຍ: ສໍາເນົາໃບທະບຽນແຕ່ງດອງ
ລູກຄີງ ຫຼື ລູກລ້ຽງ: ໃບຢັ້ງຢືນການເກີດ
ພໍ່ ແລະ ແມ່ຄີງ: ໃບຢັ້ງຢືນສາຍຍາດທີ່ເຊັນຢັ້ງຢືນຈາກບ້ານຂອງຜູ້ຄໍ້າປະກັນ ຫຼື ສໍາມະໂນຄົວ.
ສິດທິ ຜູ້ຖືວີຊາຜູ້ຄອບຄົວ ມີສິດພັກອາໄສ ແລະ ດຳລົງຊີວິດໃນ ສປປ ລາວ ຢ່າງຖືກຕ້ອງຕາມກົດໝາຍ.
ຂໍ້ຈໍາກັດ ຫ້າມຜູ້ຖືວີຊາຄອບຄົວປະກອບອາຊີບ ຫຼື ເຮັດວຽກ. ຫາກມີຄວາມປະສົງທີ່ຈະເຮັດວຽກ ຫຼື ປະກອບທຸລະກິດ, ຈະຕ້ອງດຳເນີນການຂໍປ່ຽນປະເພດວີຊາ ແລະ ຂໍຂຶ້ນທະບຽນໃບອະນຸຍາດເຮັດວຽກ ຫຼື ປະກອບທຸລະກິດຕ່າງຫາກ.
ຂະບວນການດໍາເນີນການ
ກ່ອນການເຂົ້າມາ ສປປ ລາວ ຜູ້ຄໍາປະກັນຈະຕ້ອງປະກອບເອກະສານຄົບຖ້ວນ ຍື່ນຂຶ້ນທະບຽນ ແລະ ຂໍອອກໃບອະນຸຍາດວີຊາຜູ້ຕິດຕາມ ໄລຍະດໍາເນີນງານ 10ວັນລັດຖະການ
ພາຍຫຼັງເຂົ້າມາ ສປປ ລາວ ຜູ້ຄໍາປະກັນ ຫຼື ຜູ້ຖືວີຊາຜູ້ຄອບຄົວຕ້ອງນໍາສົ່ງ ພາດສປອດຕົ້ນສະບັບ ທີ່ໄດ້ຮັບການຕິດວີຊາ ແລະ ກາຈໍ້າຜ່ານດ່ານ ຕມ ເຂົ້າລາວ ເພື່ອຍື່ນອອກບັດອະນຸຍາດພັກເຊົາ ແລະ ວີຊາເຂົ້າອອກຫຼາຍຄັ້ງ ຕາມອາຍຸການວີຊາທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນ ໄລຍະດໍາເນີນງານ 10ວັນລັດຖະການ
