ພາບລວມ
ບໍລິການນີ້ຄອບຄຸມຫຍັງ
ວີຊາ ຜູ້ລົງທຶນ (Investment Visa) ແມ່ນວີຊາ ສໍາລັບນັກລົງທຶນທີ່ມາລົງທຶນ, ສ້າງຕັ້ງກິດຈະການ ຫຼື ດໍາເນີນທຸລະກິດຢູ່ພາຍໃນ ສປປ ລາວ ຢ່າງຖືກຕ້ອງຕາມກົດໝາຍ.
ຜູ້ທີ່ຈະໄດ້ຮັບອະນຸຍາດວີຊາ ຜູ້ລົງທຶນ :
ຜູ້ກໍ່ຕັ້ງ ແລະ ຜູ້ຮ່ວມກໍ່ຕັ້ງວິສາຫະກິດ
ຜູ້ຖືຮຸ້ນໃນວິສາຫະກິດ
ປະທານບໍລິສັດ ຫຼື ຜູ້ອຳນວຍການ ຫຼື ຜູ້ຕ່າງໜ້າທາງກົດໝາຍ ທີ່ມີຊື່ລະບຸໄວ້ໃນໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດການລົງທຶນ
ເອກະສານປະກອບ:
ເອກະສານບໍລິສັດ: ໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີຂອງບໍລິສັດ ແລະ ໃບອະນຸຍາດລົງທຶນ (ຖ້າມີ),
ເອກະສານຜູ້ຂໍວີຊາ: ສໍາເນົາ ໜ້າພັດສະປອດ (Passport) ແລະ ຮູບພາບ
ເອກະສານເພີ້ມຕື່ມ ໃນກໍລະນີຜູ້ຂໍວີຊາຜູ້ລົງທຶນບໍ່ມີຊື່ລະບຸໃນໃບທະບຽນວິສາຫະກິດໃຫ້ນໍາໃຊ້ ຊຸດໃບຄໍາຮ້ອງການສ້າງຕັ້ງວິສາຫະກິດທີ່ລະບຸຊື່ຂອງຜູ້ກ່ຽວ.
ສິດທິ
ມີສິດພັກອາໄສ ດໍາເນີນທຸລະກິດ ແລະ ການລົງທຶນພາຍໃນ ສປປ ລາວ. ໄດ້ຮັບສິດນະໂຍບາຍ ແລະ ການປົກປ້ອງຜົນປະໂຫຍດ ພາຍໃຕ້ກົດໝາຍວ່າການລົງທຶນ ແຫ່ງ ສປປ ລາວ.
ຮັບສິດການຂຶ້ນທະບຽນພັກເຊົາ ແລະ ວີຊາ ທີ່ມອາຍຸການນໍາໃຊ້ສູງເຖິງ 5ປີ.
ມີສິດໃນການຄໍ້າປະກັນຂໍວີຊາຜູ້ຕິດຕາມໃຫ້ແກ່ສະມາຊິກຄອບຄົວຂອງຕົນ.
ຂະບວນການດໍາເນີນການ
ກ່ອນການເຂົ້າມາ ສປປ ລາວ ຜູ້ຄໍາປະກັນຈະຕ້ອງປະກອບເອກະສານຄົບຖ້ວນ ຍື່ນຂຶ້ນທະບຽນ ແລະ ຂໍອອກໃບອະນຸຍາດວີຊາຜູ້ລົງທຶນ ໄລຍະດໍາເນີນງານ 10ວັນລັດຖະການ
ພາຍຫຼັງເຂົ້າມາ ສປປ ລາວ ຜູ້ຄໍາປະກັນ ຫຼື ຜູ້ຖືວີຊາຜູ້ຄອບຄົວຕ້ອງນໍາສົ່ງ ພາດສປອດຕົ້ນສະບັບ ທີ່ໄດ້ຮັບການຕິດວີຊາ ແລະ ກາຈໍ້າຜ່ານດ່ານ ຕມ ເຂົ້າລາວ ເພື່ອຍື່ນອອກບັດອະນຸຍາດພັກເຊົາ ແລະ ວີຊາເຂົ້າອອກຫຼາຍຄັ້ງ ຕາມອາຍຸການວີຊາທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນ ໄລຍະດໍາເນີນງານ 10ວັນລັດຖະການ
