ເງື່ອນໄຂການບໍລິການ (Terms of Service)
ວັນທີມີຜົນບັງຄັບໃຊ້: 09/05/2026
ບໍລິສັດ ລາວເວ ຈຳກັດ (Laosway Co., Ltd) ກຳນົດເງື່ອນໄຂການນຳໃຊ້ແພລັດຟອມ Laosway ເພື່ອຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສິດທິທາງກົດໝາຍຂອງຜູ້ໃຊ້ ແລະ ບໍລິສັດ.
1. ຂໍ້ຫ້າມໃນການນຳໃຊ້
ເພື່ອຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຜູ້ໃຊ້ຕົກລົງທີ່ຈະບໍ່ ກະທຳການດັ່ງຕໍ່ໄປນີ້:
1.1. ນຳໃຊ້ລະບົບເພື່ອຈຸດປະສົງທີ່ຜິດກົດໝາຍ
ນຳໃຊ້ລະບົບຂອງພວກເຮົາເພື່ອຈຸດປະສົງທີ່ຜິດກົດໝາຍ, ການສໍ້ໂກງ ຫຼື ລະເມີດຄວາມສະຫງົບຮຽບຮ້ອຍ ແລະ ສິນທຳອັນດີຂອງສັງຄົມ.
1.2. ພະຍາຍາມບຸກລຸກ ຫຼື ໂຈມຕີລະບົບ
ພະຍາຍາມບຸກລຸກ, ແຮັກ (Hack), ໂຈມຕີລະບົບ (Cyber-attack), ປ່ອຍໄວຣັສ ຫຼື ກະທຳການໃດໆ ທີ່ເຮັດໃຫ້ລະບົບເຄືອຂ່າຍ ແລະ ເຊີບເວີຂອງພວກເຮົາເກີດຄວາມເສຍຫາຍ ຫຼື ຂັດຂ້ອງ.
1.3. ເຜີຍແຜ່ເນື້ອຫາທີ່ບໍ່ເໝາະສົມ
ນຳໃຊ້ແພລັດຟອມເພື່ອເຜີຍແຜ່ເນື້ອຫາທີ່ບໍ່ເໝາະສົມ, ລະເມີດສິດທິສ່ວນບຸກຄົນ ຫຼື ລະເມີດຊັບສິນທາງປັນຍາ ຂອງບຸກຄົນອື່ນ.
2. ຊັບສິນທາງປັນຍາ (Intellectual Property)
ທຸກພາກສ່ວນ ແລະ ອົງປະກອບທີ່ປາກົດຢູ່ເທິງແພລັດຟອມ Laosway ລວມມີແຕ່ບໍ່ຈຳກັດພຽງ: ຊອດໂຄດ (Source Code), ການອອກແບບ (Design), ໂລໂກ້, ກຣາບຟິກ ແລະ ເນື້ອຫາ (Content) ຖືເປັນລິຂະສິດ ແລະ ຊັບສິນທາງປັນຍາຂອງ ບໍລິສັດ ລາວເວ ຈຳກັດ ແຕ່ພຽງຜູ້ດຽວ. ຫ້າມບໍ່ໃຫ້ບຸກຄົນ ຫຼື ນິຕິບຸກຄົນໃດ ທຳສຳເນົາ, ດັດແປງ, ເຮັດຊ້ຳ ຫຼື ນຳໄປໃຊ້ເພື່ອຜົນປະໂຫຍດອື່ນໆ ໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນຈາກພວກເຮົາ.
3. ມາດຕະຖານການໃຫ້ບໍລິການ ແລະ ການຮັບຜິດຊອບ (Service Standard and Liability)
3.1. ຄວາມມຸ່ງໝັ້ນໃນການບໍລິການ
ພວກເຮົາໃຫ້ຄຳໝັ້ນສັນຍາວ່າຈະພັດທະນາ ແລະ ເບິ່ງແຍງລະບົບໃຫ້ມີ ຄວາມສະຖຽນລະພາບ, ປອດໄພ ແລະ ພ້ອມໃຊ້ງານຢູ່ສະເໝີ. ຫາກທ່ານພົບຂໍ້ຂັດຂ້ອງທາງເຕັກນິກໃນລະ ຫວ່າງການນຳໃຊ້, ທີມງານຂອງພວກເຮົາພ້ອມທີ່ຈະກວດສອບ ແລະ ໃຫ້ການຊ່ວຍເຫຼືອເພື່ອແກ້ໄຂບັນຫາ ຢ່າງຮີບດ່ວນທີ່ສຸດ.
3.2. ການປັບປຸງລະບົບ ແລະ ເຫດສຸດວິໄສ
ເພື່ອຮັກສາມາດຕະຖານຄວາມປອດໄພສູງສຸດ, ອາດມີບາງຊ່ວງ ເວລາທີ່ລະບົບຈຳເປັນຕ້ອງປິດບຳລຸງຮັກສາ (Maintenance) ເຊິ່ງພວກເຮົາຈະແຈ້ງໃຫ້ທ່ານຊາບລ່ວງໜ້າ. ສຳລັບເຫດການທີ່ຢູ່ເໜືອການຄວບຄຸມ (ເຫດສຸດວິໄສ) ເຊັ່ນ: ໄພທຳມະຊາດ ຫຼື ບັນຫາລະດັບໂຄງ ສ້າງເຄືອຂ່າຍອິນເຕີເນັດລະດັບຊາດ, ພວກເຮົາຈະປະສານງານກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫຼຸດຜ່ອນຜົນກະ ທົບຕໍ່ທ່ານໃຫ້ໜ້ອຍທີ່ສຸດ, ແຕ່ຂໍສະຫງວນສິດໃນການຈຳກັດຄວາມຮັບຜິດຊອບທາງກົດໝາຍຕໍ່ຄວາມເສຍ ຫາຍທາງອ້ອມທີ່ອາດເກີດຂຶ້ນຈາກເຫດການດັ່ງກ່າວ.
4. ນະໂຍບາຍການແກ້ໄຂຂໍ້ຂັດແຍ່ງ (Dispute Resolution)
ໃນກໍລະນີທີ່ເກີດມີຂໍ້ຂັດແຍ່ງລະຫວ່າງຜູ້ໃຊ້ບໍ ລິການ ແລະ ບໍລິສັດ, ຂະບວນການແກ້ໄຂຈະດຳເນີນຕາມຂັ້ນຕອນດັ່ງນີ້:
4.1. ການເຈລະຈາຂັ້ນຕົ້ນ (Negotiation)
ຄູ່ກໍລະນີຕ້ອງແຈ້ງຄຳຮ້ອງທຸກໃຫ້ອີກຝ່າຍຮັບຊາບ ແລະ ພະຍາຍາມ ເຈລະຈາເພື່ອຫາຂໍ້ຕົກລົງຮ່ວມກັນຢ່າງສັນຕິວິທີກ່ອນ.
4.2. ການໄກ່ເກ່ຍ (Mediation)
ຫາກການເຈລະຈາບໍ່ສຳເລັດ, ທັງສອງຝ່າຍສາມາດແຕ່ງຕັ້ງບຸກຄົນທີສາມ (ຜູ້ໄກ່ເກ່ຍ) ເພື່ອຊ່ວຍແນະນຳ ແລະ ຊອກຫາທາງອອກ ໂດຍຜົນການໄກ່ເກ່ຍຈະເປັນຂໍ້ແນະນຳໃນການຕົກລົງຮ່ວມ ກັນ.
4.3. ການຕັດສິນຊີ້ຂາດ (Arbitration)
ຫາກການໄກ່ເກ່ຍບໍ່ເປັນຜົນ, ຄູ່ກໍລະນີອາດນຳໃຊ້ຂະບວນການແກ້ໄຂ ຂໍ້ຂັດແຍ່ງທາງເສດຖະກິດ ໂດຍຜ່ານຄະນະກຳມະການຕັດສິນຊີ້ຂາດ ເຊິ່ງຜົນການຕັດສິນຈະມີຜົນຜູກມັດໃຫ້ຕ້ອງປະຕິ ບັດຕາມ.
4.4. ການຟ້ອງຄະດີ (Litigation)
ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ດ້ວຍວິທີການຂ້າງຕົ້ນ, ຂໍ້ຂັດແຍ່ງດັ່ງກ່າວ ຈະຖືກນຳເຂົ້າສູ່ຂະບວນການຍຸຕິທຳຂອງສານ ພາຍໃຕ້ການຄຸ້ມຄອງຂອງກົດໝາຍແຫ່ງ ສປປ ລາວ. ຄຳພິພາກສາຂອງ ສານຖືເປັນທີ່ສິ້ນສຸດ.
5. ຂໍ້ມູນການຕິດຕໍ່ (Contact Us)
ຫາກທ່ານມີຄຳຖາມ, ຂໍ້ສົງໄສ ຫຼື ຕ້ອງການໃຊ້ສິດທິກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາຕິດຕໍ່ພວກ ເຮົາໄດ້ທີ່:
- ຊື່ບໍລິສັດ: ບໍລິສັດ ລາວເວ ຈຳກັດ (Laosway Co., Ltd)
- ທີ່ຢູ່ສຳນັກງານ: ຖະໜົນ T2, ສະຖານີບໍລິການນ້ຳມັນ PTT, ນະຄອນຫຼວງວຽງຈັນ, ສປປ ລາວ
- ເບີໂທລະສັບຕິດຕໍ່: +856 20 9996 9879
- ອີເມວ (Email): info@laosway.com


