ນະໂຍບາຍຄວາມເປັນສ່ວນຕົວ (Privacy Policy)
ວັນທີມີຜົນບັງຄັບໃຊ້: 09/05/2026
ບໍລິສັດ ລາວເວ ຈຳກັດ (Laosway Co., Ltd) ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ກັບການປົກປ້ອງຂໍ້ມູນສ່ວນຕົວ ຂອງທ່ານ. ນະໂຍບາຍສະບັບນີ້ອະທິບາຍເຖິງຫຼັກການໃນການເກັບກຳ, ນຳໃຊ້, ປົກປ້ອງ ແລະ ສິດທິຂອງທ່ານກ່ຽວ ກັບຂໍ້ມູນດັ່ງກ່າວ ໂດຍອີງຕາມກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂຕຣນິກ ຂອງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ.
1. ຂໍ້ມູນທີ່ພວກເຮົາເກັບກຳ
ເພື່ອໃຫ້ການບໍລິການຂອງພວກເຮົາດຳເນີນໄປຢ່າງມີປະສິດທິພາບ, ພວກເຮົາຈຳເປັນຕ້ອງເກັບກຳຂໍ້ມູນຫຼັກ ດັ່ງນີ້:
1.1. ຂໍ້ມູນສ່ວນຕົວບຸກຄົນ (Personal Data)
ຂໍ້ມູນທີ່ທ່ານໃຫ້ໄວ້ໃນລະຫວ່າງການລົງທະບຽນ ຫຼື ໃຊ້ບໍລິການ ເຊັ່ນ: ຊື່ ແລະ ນາມສະກຸນ, ເບີໂທລະສັບ, ທີ່ຢູ່ອີເມວ (Email), ຂໍ້ມູນໜັງສືຜ່ານແດນ (Passport), ຂໍ້ມູນບໍລິສັດ, ຮູບພາບ ແລະ ຂໍ້ມູນອື່ນໆທີ່ຈຳເປັນສຳລັບການດຳເນີນເອກະສານ (ເຊັ່ນ: ການຂໍອະນຸຍາດວີຊາ) ແລະ ການຢືນຢັນຕົວຕົນ.
1.2. ຂໍ້ມູນດ້ານເຕັກນິກ (Technical Data)
ຂໍ້ມູນທີ່ລະບົບເກັບກຳໂດຍອັດຕະໂນມັດເມື່ອທ່ານເຂົ້າໃຊ້ງານ ເຊັ່ນ: ໝາຍເລກ IP (IP Address), ຂໍ້ມູນຄຸກກີ້ (Cookies), ປະເພດອຸປະກອນທີ່ນຳໃຊ້ (Device ID) ແລະ ປະຫວັດການເຂົ້າຊົມເວັບໄຊທ໌ ຫຼື ແອັບພລິເຄຊັນ.
2. ຈຸດປະສົງໃນການນຳໃຊ້ຂໍ້ມູນ
ພວກເຮົາເກັບກຳ ແລະ ນຳໃຊ້ຂໍ້ມູນຂອງທ່ານເພື່ອຈຸດປະສົງດັ່ງຕໍ່ໄປນີ້:
2.1. ເພື່ອການບໍລິການ
ເພື່ອປະມວນຜົນການສັ່ງຊື້, ການຈອງ, ການດຳເນີນເອກະສານ ແລະ ສະໜອງການ ບໍລິການຕ່າງໆໃນແພລັດຟອມ Laosway ໃຫ້ສຳເລັດລຸລ່ວງ.
2.2. ເພື່ອການແຈ້ງເຕືອນ
ເພື່ອຕິດຕໍ່ສື່ສານ, ແຈ້ງເຕືອນສະຖານະການບໍລິການ, ສົ່ງຂໍ້ມູນຂ່າວສານທີ່ສຳຄັນ ແລະ ໃຫ້ການຊ່ວຍເຫຼືອລູກຄ້າ.
2.3. ເພື່ອການຮັກສາຄວາມປອດໄພ
ເພື່ອຢືນຢັນຕົວຕົນ, ປ້ອງກັນການສໍ້ໂກງ, ກວດສອບກິດຈະກຳທີ່ຜິດ ປົກກະຕິ ແລະ ຮັກສາຄວາມປອດໄພຂອງບັນຊີຜູ້ໃຊ້.
2.4. ເພື່ອການປັບປຸງປະສົບການ
ເພື່ອວິເຄາະພຶດຕິກຳການນຳໃຊ້ລະບົບ ນຳໄປສູ່ການພັດທະນາ ແລະ ປັບປຸງປະສົບການການນຳໃຊ້ (User Experience) ໃຫ້ຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ໄດ້ດີຂຶ້ນ.
3. ການເປີດເຜີຍ ແລະ ການໂອນຖ່າຍຂໍ້ມູນ
3.1. ການເປີດເຜີຍຂໍ້ມູນສ່ວນບຸກຄົນ
ບໍລິສັດອາດເປີດເຜີຍຂໍ້ມູນສ່ວນບຸກຄົນໃຫ້ແກ່ບຸກຄົນ ຫຼື ໜ່ວຍງານພາຍ ນອກໃນກໍລະນີດັ່ງຕໍ່ໄປນີ້:
- ກຸ່ມບໍລິສັດໃນເຄືອ ຫຼື ຄູ່ຮ່ວມທຸລະກິດ: ເພື່ອຈຸດປະສົງໃນການປະມວນຜົນການບໍລິການ ແລະ ການດຳເນີນ ງານ.
- ໜ່ວຍງານລັດຖະບານ: ເພື່ອປະຕິບັດຕາມກົດໝາຍ, ຄຳຮ້ອງຂໍ ຫຼື ການປະສານງານທີ່ກ່ຽວຂ້ອງກັບການ ບັງຄັບໃຊ້ກົດໝາຍຂອງລັດ.
3.2. ການໂອນຂໍ້ມູນສ່ວນບຸກຄົນໄປຕ່າງປະເທດ
ໃນກໍລະນີທີ່ມີການໂອນຂໍ້ມູນໄປຈັດເກັບ ຫຼື ປະມວນຜົນ ຢູ່ຕ່າງປະເທດ (ເຊັ່ນ: ການໃຊ້ບໍລິການ Cloud Server), ບໍລິສັດຈະກຳນົດມາດຕະຖານໃນຂໍ້ຕົກລົງ ເພື່ອໃຫ້ໝັ້ນ ໃຈວ່າອົງກອນປາຍທາງມີມາດຕະຖານການຄຸ້ມຄອງຂໍ້ມູນທີ່ສອດຄ່ອງກັບກົດໝາຍ ແລະ ຂໍ້ມູນໄດ້ຮັບການຄຸ້ມຄອງ ຢ່າງປອດໄພ.
4. ການປົກປ້ອງຂໍ້ມູນ ແລະ ຄວາມປອດໄພ
ພວກເຮົາມີມາດຕະການທາງດ້ານເຕັກນິກ ແລະ ການບໍລິຫານຈັດ ການທີ່ເຂັ້ມງວດເພື່ອຮັກສາຄວາມປອດ ໄພຂອງຂໍ້ມູນ:
4.1. ການເຂົ້າລະຫັດຂໍ້ມູນ (Encryption)
ຂໍ້ມູນທີ່ສຳຄັນຈະຖືກສົ່ງຜ່ານເຄືອຂ່າຍທີ່ປອດໄພ (HTTPS/TLS) ແລະ ຖືກເຂົ້າລະຫັດຕາມມາດຕະຖານຄວາມປອດໄພສາກົນ.
4.2. ການຈັດເກັບທີ່ປອດໄພ
ຂໍ້ມູນຂອງທ່ານຈະຖືກຈັດເກັບຢູ່ໃນເຊີບເວີ (Server) ທີ່ມີລະບົບປ້ອງກັນການບຸກລຸກລະດັບສູງ ແລະ ມີການຈຳກັດສິດການເຂົ້າເຖິງ ສະເພາະພະນັກງານ ຫຼື ຜູ້ທີ່ມີໜ້າທີ່ກ່ຽວຂ້ອງໂດຍກົງເທົ່ານັ້ນ.
5. ສິດທິຂອງເຈົ້າຂອງຂໍ້ມູນ (User Rights)
ໃນຖານະເຈົ້າຂອງຂໍ້ມູນ, ທ່ານມີສິດດັ່ງຕໍ່ໄປນີ້ຢ່າງເຕັມສ່ວນ:
5.1. ສິດໃນການເຂົ້າເຖິງ
ທ່ານສາມາດຮ້ອງຂໍເບິ່ງ ຫຼື ຂໍສຳເນົາຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາເກັບຮັກ ສາໄວ້.
5.2. ສິດໃນການແກ້ໄຂ
ທ່ານສາມາດອັບເດດ ຫຼື ປັບປຸງຂໍ້ມູນຂອງທ່ານໃຫ້ຖືກຕ້ອງ ແລະ ເປັນປັດຈຸບັນໄດ້ ຕະຫຼອດເວລາຜ່ານລະບົບການຈັດການບັນຊີ.
5.3. ສິດໃນການຮ້ອງຂໍໃຫ້ລຶບຂໍ້ມູນ (Right to be forgotten)
ທ່ານສາມາດຮ້ອງຂໍໃຫ້ພວກເຮົາ ຍົກເລີກບັນຊີ ແລະ ລຶບຂໍ້ມູນສ່ວນຕົວຂອງທ່ານອອກຈາກຖານຂໍ້ມູນຂອງພວກເຮົາໄດ້ ຫາກທ່ານບໍ່ປະສົງ ທີ່ຈະນຳໃຊ້ບໍລິການຕໍ່ໄປ (ຍົກເວັ້ນຂໍ້ມູນບາງສ່ວນທີ່ພວກເຮົາຈຳເປັນຕ້ອງເກັບຮັກສາໄວ້ຕາມຂໍ້ກຳນົດຂອງກົດ ໝາຍ).
6. ຂໍ້ມູນການຕິດຕໍ່ (Contact Us)
ຫາກທ່ານມີຄຳຖາມ, ຂໍ້ສົງໄສ ຫຼື ຕ້ອງການໃຊ້ສິດທິກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາຕິດຕໍ່ພວກ ເຮົາໄດ້ທີ່:
- ຊື່ບໍລິສັດ: ບໍລິສັດ ລາວເວ ຈຳກັດ (Laosway Co., Ltd)
- ທີ່ຢູ່ສຳນັກງານ: ຖະໜົນ T2, ສະຖານີບໍລິການນ້ຳມັນ PTT, ນະຄອນຫຼວງວຽງຈັນ, ສປປ ລາວ
- ເບີໂທລະສັບຕິດຕໍ່: +856 20 9996 9879
- ອີເມວ (Email): info@laosway.com


