ພາບລວມ
ບໍລິການນີ້ຄອບຄຸມຫຍັງ
ໃບອະນຸຍາດວີຊາ ( Visa Approval Letter ) ແມ່ນເອກະສານທີ່ໜ່ວຍງານກວດຄົນເຂົ້າ–ອອກເມືອງອະນຸມັດໃຫ້ຄົນຕ່າງປະເທດ ສາມາດນຳໄປສະເໜີຢູ່ດ່ານ ຫຼື ສະໜາມບິນ ເພື່ອຂໍຮັບວີຊາເຂົ້າປະເທດ. ເພື່ອທີ່ມາ ປະກອບອາຊີບ ຫຼື ເຮັດວຽກໃນບໍລິສັດ, ອົງກອນ ຫຼື ການຈັດຕັ້ງທີ່ດຳເນີນກິດຈະການຢູ່ພາຍໃນ ສປປ ລາວ ຢ່າງຖືກຕ້ອງຕາມກົດໝາຍ.
ຜູ້ທີ່ຈະໄດ້ຮັບອະນຸຍາດວີຊາແຮງງານ :
ຄົນຕ່າງປະເທດທີ່ໄດ້ຮັບການຈ້າງງານ, ມີສັນຍາຈ້າງງານກັບບໍລິສັດ, ອົງກອນ ຫຼື ການຈັດຕັ້ງທີ່ສ້າງຕັ້ງພາຍໃຕ້ກົດໝາຍຂອງ ສປປ ລາວ.
ເອກະສານປະກອບ:
ເອກະສານບໍລິສັດ: ໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີຂອງບໍລິສັດ ແລະ ໃບອະນຸຍາດດໍາເນີນກິດຈະການ (ຖ້າມີ), ໃບອະນຸຍາດລົງທຶນ (ຖ້າມີ),
ເອກະສານຜູ້ຂໍວີຊາ: ສໍາເນົາ ໜ້າພັດສະປອດ (Passport) ແລະ ຮູບພາບ
ສິດທິ
ມີສິດອອກແຮງງານ ຫຼື ເຮັດວຽກ, ໄດ້ຮັບສິດນະໂຍບາຍ ແລະ ການປົກປ້ອງຜົນປະໂຫຍດ ພາຍໃຕ້ກົດໝາຍແຮງງານ ແຫ່ງ ສປປ ລາວ.
ຮັບສິດການຂຶ້ນທະບຽນການອອກແຮງງານ, ພັກເຊົາ ແລະ ວີຊາ ທີ່ມອາຍຸການນໍາໃຊ້ສູງສຸດ 1ປີ (ສາມາດຕໍ່ອາຍຸການນໍາໃຊ້ໄດ້)
ມີສິດໃນການຄໍ້າປະກັນຂໍວີຊາຜູ້ຕິດຕາມໃຫ້ແກ່ສະມາຊິກຄອບຄົວຂອງຕົນ.
ຂະບວນການດໍາເນີນການ
ກ່ອນການເຂົ້າມາ ສປປ ລາວ ຜູ້ຄໍາປະກັນຈະຕ້ອງປະກອບເອກະສານຄົບຖ້ວນ ຍື່ນຂຶ້ນທະບຽນ ແລະ ຂໍອອກໃບອະນຸຍາດວີຊາຜູ້ລົງທຶນ ໄລຍະດໍາເນີນງານ 10ວັນລັດຖະການ
