ພາບລວມ
ບໍລິການນີ້ຄອບຄຸມຫຍັງ
ບໍລິການຊິມເບີໂທ ແລະ ອິນເຕີເນັດ ແມ່ນບໍລິການຈັດຫາ ແລະ ອຳນວຍຄວາມສະດວກດ້ານການສື່ສານ ສຳລັບຊາວຕ່າງຊາດ, ນັກທຸລະກິດ ຫຼື ນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາໃນ ສປປ ລາວ ເພື່ອໃຫ້ສາມາດເຊື່ອມຕໍ່ອິນເຕີເນັດຄວາມໄວສູງ (4G/5G) ແລະ ຕິດຕໍ່ສື່ສານທາງໂທລະສັບໄດ້ທັນທີຕັ້ງແແຕ່ມື້ທຳອິດທີ່ມາຮອດ.
ລາຍລະອຽດ ແລະ ຮູບແບບການບໍລິການ ທີ່ມີໃຫ້ເລືອກ ມີດັ່ງນີ້:
ຮູບແບບຂອງຊິມກາດ (SIM Card Types):
Physical SIM (ຊິມກາດທົ່ວໄປ): ເປັນແຜ່ນຊິມກາດພລາສຕິກຂະໜາດມາດຕະຖານ (Nano/Micro SIM) ສຳລັບໃສ່ໃນຊ່ອງໃສ່ຊິມຂອງໂທລະສັບທົ່ວໄປ.
ປະເພດແພັກເກດ (Package Options):
ແພັກເກດອິນເຕີເນັດບໍ່ຈຳກັດ (Unlimited Data): ເໝາະສຳລັບຜູ້ທີ່ຕ້ອງການໃຊ້ງານອິນເຕີເນັດໃນການເຮັດວຽກ, ຕິດພັນກັບໂຊຊຽວມີເດຍ ຫຼື ໃຊ້ແຜນທີ່ນຳທາງຕະຫຼອດເວລາ ໂດຍບໍ່ຕ້ອງກັງວົນເລື່ອງເນັດໝົດ.
ແພັກເກດທັງໂທ ແລະ ເນັດ (Data & Voice): ເໝາະສຳລັບນັກທຸລະກິດ ຫຼື ຜູ້ທີ່ຈຳເປັນຕ້ອງມີເບີໂທທ້ອງຖິ່ນ (ເບີລາວ) ເພື່ອໃຊ້ຕິດຕໍ່ພົວພັນວຽກງານ, ໂທຫາລູກຄ້າ, ຕິດຕໍ່ໂຮງແຮມ ຫຼື ໃຊ້ເພື່ອລົງທະບຽນແອັບພລິເຄຊັນຕ່າງໆໃນລາວ.
ເງື່ອນໄຂທາງກົດໝາຍທີ່ສຳຄັນ: ຕາມລະບຽບການຂອງ ສປປ ລາວ, ຊິມເບີໂທທຸກຊິມ ຈຳເປັນຕ້ອງໄດ້ຮັບການລົງທະບຽນຢ່າງຖືກຕ້ອງ ດ້ວຍການຢັ້ງຢືນຕົວຕົນ (KYC). ສຳລັບຊາວຕ່າງຊາດ ແມ່ນຕ້ອງໄດ້ນຳໃຊ້ ໜັງສືເດີນທາງ (Passport) ທີ່ຍັງບໍ່ໝົດອາຍຸ ໃນການລົງທະບຽນເພື່ອເປີດນຳໃຊ້ສັນຍານ.
