ພາບລວມ
ບໍລິການນີ້ຄອບຄຸມຫຍັງ
ບໍລິການ ສ້າງຕັ້ງວິສາຫະກິດ (Bessiness Registration Service ) ສຳຫລັບຄົນຕ່າງປະເທດ ທີມີຈຸດປະສົ່ງມາດຳເນີນທຸລະກິດ ເເລະ ລົງທືນໃນ ສປປ ລາວ ພວກເຮົາພ້ອມທີຈະຫລຸດພ່ອນຄວາມຊັບຊ້ອນໃນທຸກຂັ້ນຕອນທາງດ້ານເອກະສານ ແລະ ກົດໝາຍ ເພື່ອໃຫ້ທຸລະກິດຂອງທ່ານເລີ່ມຕົ້ນໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວ.
ເງື່ອນໄຂ :
ຄົນຕ່າງປະເທດທີມີສະຖານະຖຶກຕ້ອງຕາມກົດຫມາຍຂອງ ສປປ ລາວ.( ບໍຢູ່ໃນລາຍຊືບຸກຄົນຕ້ອງຫ້າມເຂົ້າປະເທດ )
ມີສະຖານທີຕັ້ງສຳນັກງານຫ້ອງການ
ເອກະສານປະກອບ:
ພັດສະປອດ (Passport)
ຮູບພາບ
ໃບຢັ້ງຢືນທີ່ຕັ້ງສຳນັກງານຫ້ອງການ
ສິດ ເເລະ ຜົນປະໂຫຍດ
ສາມາດດຳເນີນກິດຈະການ ແລະ ຮັບການປົກປ້ອງພາຍໄຕ້ກົດຫມາຍວ່າດ້ວຍວີສາຫະກິດ ເເລະ ກົດຫມາຍວ່າດ້ວຍການລົງທຶນ ເເຫ່ງ ສປປ ລາວ
ຜູ້ກໍ່່ຕັ້ງ, ຜູ້ລົງທຶນ ຫລື ຜູ້ຮັບສິດຕາງຫນ້າທາງກົດຫມາຍ ມີສິດຂໍອະນຸຍາດວີຊາ ຜູລົງທຶນ ອາຍຸການນຳໃຊ້ສູງສຸດເຖືງ 5 ປີ
ຂະບວນການດໍາເນີນການ
ຜູ້ສະເຫນີກໍ່ຕັ້ງວິສາຫະກິດສະຫນອງເອກະສານທີຈຳເປັນ ເພືອຍື່ນຂຶ້ນທະບຽນ ແລະ ຂໍອອກໃບທະບຽນວິສາຫະກິດ, ຂື້ນທະບຽນຜູ້ເສຍອາກອນ ກ່ອນການລິເລີມດຳເນີນທຸລະກິດ ໄລຍະດໍາເນີນງານ 15ວັນລັດຖະການ
ພາຍຫຼັງສຳເລັດການສ້າງຕັ້ງວິສາຫະກິດ ຜູ້ກໍ່່ຕັ້ງ, ຜູ້ລົງທຶນ ຫລື ຜູ້ຮັບສິດຕາງຫນ້າທາງກົດຫມາຍ ຕ້ອງດຳເນີນການຂໍອະນຸຍາດ ວີຊາ ຜູ້ລົງທຶນ ຕາມລະບຽບການ.
